05/02/2022
|✞| ຄວນຕັງຊື່ເລື່ອງວ່າແນວໃດ?
ຜູ້ຊາຍອາຍຍຸ25ປີປະສົບອຸປະຕິເຫດຈົນພິການ ເປັນອຳມະພາດຍາງບໍ່ໄດ້ຕະຫລອດຊີວິດ ສວນຜູ້ຍິງອາຍຸ20ປີກໍຍັງຮັກ ແລະ ຫວງໃຍຕະຫຼອດມາເຖິງວ່າຜູ້ຊາຍນັ້ນຈະບໍ່ຄືແລ້ວເກົ່າກໍຕາມ ຜູ້ຊາຍຮັບສະພາບຕົວເອງບໍ່ໄດ້ ແລະ ທົນບໍ່ໄຫວທີ່ຕ້ອງເຫັນແຟນສາວມາດູແລຕົວເອງທີເປັນຄົນພິການ ຜູ້ຊາຍຈຶງຕັດສິນໃຈບອກເລີກ ພະຍາຍາມທຸກໆມື ທັງຂຽນໜັງສືບອກເລືອຍໆ ຈົນມືໜຶ່ງຜູ້ຊາຍຄົນນັ້ນເລີ່ມກັບມາປາກມາເວົ້າໄດ້ອີກຄັ້ງຈຶງເລີ່ມໄລ່ອອກມາເປັນຄຳເວົ້າຮ້າຍໆຕ່າງໆ ເລີ່ມບອກເລີກດ້ວຄຳເວົາວາຈາທີສຽດສີ ແທງຫົວໃຈ ແຕ່ແຟນລາວກໍຍັງບໍ່ໄປໃສ ຕອນຄົບກັນໃໝ່ໆທຳອິດຜູ້ຊາຍເປັນເສົາຫຼັກເຮັດວຽກຫາເງິນ ສ່ວນຜູ້ຍິງແມ່ນຮຽນໜັງສື ອະນາຄົດທີ່ວາດຝັນກັນວັນນີ້ປ່ຽນເປັນຝ່າຍຍິງເຮັດວຽກຫາເງິນ ແລະ ຮຽນໄປນຳພ້ອມ ເລີກວຽກເລີກຮຽນແລ້ວກໍຕ້ອງຟ້າວກັບໄປດູແລຝ່າຍຊາຍ ເຖິງແມ່ລາວຈະຖືກບອກເລີກທຸກມືຕະຫລອດໄລຍະເວລາ2ປີ ພຽງເພາະຄຳວ່າຮັກ ຄຳວ່າຫວງໃຍ ພຽງເພາະຄຳໝັ້ນສັນຍາທີຄັ້ງໜຶ່ງເຄີຍມີຕໍ່ກັນ ຝ່າຍຍິງ ຈຶງຍັງຄົງຢູ່ ຈົນມືໜຶ່ງຝ່າຍຊາຍ ຈຶງຂໍໃຫ້ໝູ່ຜູ້ທີ່ເປັນຜູ້ຍິງ ມາດູແລແທນແລ້ວບອກວ່າຄົນນີ້ຄືແຟນໃໝ່ຂ້ອຍ ເຂົາຈະມາດູແລເບີ່ງແຍ່ເຮົາແທນ ຈາກນີ້ໄປເຈົ້າບໍ່ຕ້ອງມາອີກເດີ ຝ່າຍຍິງຫົວໃຈສະລາຍບໍ່ຄິດວ່າທີ່ຝ່າຍຊາຍບອກເລີກເລືອຍໆມັນຈະເປັນເລື່ອງແທ້ ແລະ ຈຳໃຈຕ້ອງຈາກໄປພ້ອມກັບນ້ຳຕາທີ່ໄຫຼອອກມາເຖິ່ງແມ່ວ່າລຶກໆໃນໃຈຈະບໍ່ເຊື່ອວ່າມັນເປັນເລື່ອງຈິ່ງກໍຕາມ ຫຼາຍປີຕໍ່ມາໂຊກສະຕາກໍໄຫລໄປຕາມການເວລາທີ່ປ່ຽນແປງ ຝ່າຍຍິງໄດ້ກັບໄປເຮັດວຽກຢູ່ບ້ານຕ່າງແຂວງໄດ້ວຽກໃໝ່ ໄດ້ຢູ່ສັງຄົມໃໝ່ ໄດ້ພໄບຄົນໃໝ່ໆ ແລະ ທີ່ສຳຄັນໄດ້ມີຊີວິດໃໝ່ ແຕ່ດ້ວຍຄວາມຫວງໃຍທີຍັງຄົງມີຕໍ່ກັນຈຶງລັກຕິດຕາມຝ່າຍຊາຍຜູ້ພິການຢ່າງລັບໆມສຕະຫຼອດ ມາວັນໜຶ່ງເກີດເລື່ອງຂຶ້ນເມື່ອແມ່ຂອງຝ່າຍຊາຍຕ້ອງເຂົ້າໂຮງໝໍ່ກະທັນຫັນ ບໍ່ສາມາດດູແລຝ່າຍຊາຍຜູ້ພິການໄດ້ ຝ່າຍຍິງນັ້ນຈຶງໄດ້ຂໍໃຫ້ກູ້ໄພທີມໜຶ່ງໄປດູແລໃຫ້ນ້ອຍໜຶ່ງເພາະເຂົາຢູ່ຄົນດຽວ ແລະ ວັນນັ້ນເອງກໍເປັນວັນທີ່ຝ່າຍຍິງຈະໝັ້ນກັບຊາຍຄົນໃໝ່ ກຳລັງຈະມີຊີວິດທີ່ໝັ້ນຄົງໃນຕ່າງແຂວງທີຫາງໄກຈາກບອນເກົ່າທີເຄີຍຢູ່ ເມື່ອຜູ້ຊາຍຮູ້ເລື່ອງນີ້ແລ້ວຈຶງໂລງໃຈ ວ່າຕອນນັ້ນທີ່ປອຍລາວໄປເພື່ອໃຫພົບຄົນທີ່ດີ ວັນນີ້ລາວກໍໄດ້ພົບຄົນທີດີທີ່ພ້ອມຈະແຕ່ງງານແລ້ວ ຝ່າຍຊາຍຈຶງໄດ້ຕັດສິນໃຈເລົ້າຄວາມຈິ່ງທັງໝົດໃຫ້ກູ້ໄພຟັງ ຝ່າຍຊາຍບໍ່ໄດ້ຄາດຫວັງວ່າຈະໃຫ້ເລືອງນີ້ດັງໄປຮອດໃຜ ຝ່າຍຊາຍແຄ່ຢາກຈະເລົ້າ ຢາກຫາເພື່ອນລະບາຍເທົ່ານັ້ນ “ ເລື່ອງນີ້ຄົງເປັນເລື່ອງດຽວທີ່ຝ່າຍຊາຍພໍຈະເຮັດໃຫ້ອາດີດແຟນເກົ່າໄດ້” ເພາະເຖິ່ງແມມັນຈະເຈັບຄ່ອຍໄປທົນເອົາຕອນທ້າຍ ໃຫ້ເຈົ້າເບິ່ງວ່າຂ້ອຍຊົ່ວກໍດີຈະໄດ້ຕັດໃຈຈາກຂ້ອຍສັກທີມັນຄົງດີສຸດແລ້ວ… 🤍
#ເປັນເລື່ອງຈິ່ງທີ່ເກີດຂຶ້ນກັບຜູ້ຊາຍຄົນໜຶ່ງ
#ຝາກກົດໄລກົດແຊກົດຕິມແດ່ເດີ🥰