17/10/2022
ສະບາຍດີ ຂໍເຊີນຊວນ ເຍົາວະຊົນ ແລະ ໄວໜຸ່ມ ສະໝັກມາໄດ້ເດີ ໂອກາດທີ່ຈະໄດ້ລາວວັນແມ່ນມີຫຼາຍ ເພາະ ຄົນສະໝັກບໍ່ຫຼາຍ 😀😀
📣📣 ອົງການຊ່ວຍເຫຼືອເດັກສາກົນ ປະຈຳ ສປປ ລາວ ຂໍເຊີນຊວນນ້ອງໆໄວໜຸ່ມລາວທົ່ວປະເທດ ເຂົ້າຮ່ວມການປະກວດສິລະປະ ພາຍໃຕ້ກິດຈະກຳ ເພື່ອຊິງທຶນການສຶກສາລວມມູນຄ່າຫຼາຍກວ່າ 20.000.000 ກີບ ແລະ ຂອງທີ່ລະນຶກອີກຫຼາກຫຼາຍຈາກພວກເຮົາ! 🏆😍 ຜູ້ຊະນະເລີດແມ່ນຈະຖືກເຊີນມາຮ່ວມງານປະກາດລາງວັນທີ່ ITECC Mall ໃນວັນທີ 12/11/2022 ✈️ ໂດຍການແຂ່ງຂັນຂອງພວກເຮົາລວມມີ 05 ໝວດລຸ່ມນີ້:
———————————————
1️⃣ ການປະກວດ ໜັງສັ້ນ 🎬
ພາຍໃຕ້ຫົວຂໍ້: “ໂລກນີ້ທີພຽງໜຶ່ງດຽວ”
ຄລິກລິ້ງນີ້ເພື່ອເບິ່ງລາຍລະອຽດ:
https://www.facebook.com/savethechildreninlaos/posts/pfbid02cjQMFfaZ8ETxvhjZcCcXSFJ7W94z9mCnhrXeLY8RFUqJxgV9sGf64z1HzG76g7vLl
2️⃣ ການປະກວດ ແຕ່ງບົດກອນ ✍🏼
ພາຍໃຕ້ຫົວຂໍ້: “ການປົກປ້ອງຊັບພະຍາກອນທຳມະຊາດ”
ຄລິກລິ້ງນີ້ເພື່ອເບິ່ງລາຍລະອຽດ:
https://www.facebook.com/savethechildreninlaos/posts/pfbid023kv5aYfHWuHUFeWmgAKcfxBNEdFxP2chbMiFkkc4HCKj5mcYDJ1G5rkx5Uj2H8TFl
3️⃣ ການປະກວດ ແຕ້ມຮູບ 🖌️🎨
ພາຍໃຕ້ຫົວຂໍ້: “ສິ່ງແວດລ້ອມທີ່ຢາກເຫັນໃນອານາຄົດ”
ຄລິກລິ້ງນີ້ເພື່ອເບິ່ງລາຍລະອຽດ:
https://www.facebook.com/savethechildreninlaos/posts/pfbid034xGEC221bgVaa879wbKHdeLXxaCpYkxd5GBjsUFgSkGecuMoN6udWwwNSNU22KMel
4️⃣ ການປະກວດ ອອກແບບ Infographic 💻
ພາຍໃຕ້ຫົວຂໍ້ “ພະລັງງານອະນາຄົດສີຂຽວ”
ຄລິກລິ້ງນີ້ເພື່ອເບິ່ງລາຍລະອຽດ:
https://www.facebook.com/savethechildreninlaos/posts/pfbid0359jKPJGM5SzE7rG3nDTxewk1qqGhhxQEyLKs7jepD8XGZtebMzpU26Ww2Vt9Y37Rl
5️⃣ ການປະກວດ Talk show 🎤
ພາຍໃຕ້ຫົວຂໍ້: “ການປ່ຽນແປງຂອງດິນຟ້າອາກາດມີຜົນກະທົບຕໍ່ຕົວເຈົ້າແນວໃດ?”
ຄລິກລິ້ງນີ້ເພື່ອເບິ່ງລາຍລະອຽດ:
https://www.facebook.com/savethechildreninlaos/posts/pfbid0u2j6qwpnghBf4AEcKddue9pTiyr4MaYnxYVPX2DDH9doDPRQm7qpkBGU9GinTCwFl
———————————————
ຫ້າມພາດ‼️ ນີ້ແມ່ນພື້ນທີ່ສະແດງຄວາມສາມາດຂອງນ້ອງໆທຸກຄົນ ເພາະພວກເຮົາເຊື່ອວ່າເດັກນ້ອຍລາວມີຝີມື ແລະ ຈິນຕະນາການທີ່ເປັນເລີດບໍ່ແພ້ຊາດໃດໃນໂລກ. ສົ່ງຜົນງານມາຮ່ວມກັບພວກເຮົາຫຼາຍໆເດີ ມີຂອງລາງວັນຫຼາກຫຼາຍຖ້າຢູ່.
ຖ້າຫາກມີຄຳຖາມ ຫຼື ຕ້ອງການສົ່ງຜົນງານ ພວກເຮົາມີອີກໜຶ່ງຊ່ອງທາງສຳລັບທຸກຄົນ ກະລຸນາສົ່ງເຂົ້າມາທີ່ 📥 inbox ຂອງພວກເຮົາທີ່ the Children in Laos ຫຼື ສົ່ງຜົນງານຕົວຈິງໄດ້ທີ່ຫ້ອງການອົງການຊ່ວຍເຫຼືອເດັກ ບ້ານໂພນໄຊ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.
📌 ດ່ວນ! ປິດຮັບສະໝັກວັນທີ 02/11/2022 ຂໍໃຫ້ນ້ອງໆທຸກຄົນໂຊກດີ! 😊🌍