11/08/2026
ສະພາແຫ່ງຊາດຫວຽດນາມ ສະຫງົບນິ້ງ 1 ນາທີ ໄວ້ອາໄລທ່ານ ໄຊສົມພອນ ພົມວິຫານ
ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດຫວຽດນາມ ຊຸດທີ XVI ໃນຕອນເຊົ້າວັນທີ 10 ສິງຫາ 2026 ພາຍໃຕ້ການເປັນປະທານຂອງທ່ານ ເຈີ່ນ ແທັງ ເໝີ້ນ ປະທານສະພາແຫ່ງຊາດ ແລະ ການຊີ້ນຳຂອງທ່ານ ນາງ ຫງວຽນ ຖິ ແທັງ ຮອງປະທານສະພາແຫ່ງຊາດ;
ກ່ອນການເລີ່ມຕົ້ນວາລະພິຈາລະນາຮ່າງກົດໝາຍວ່າດ້ວຍການໄກ່ເກ່ຍໃນລະດັບຮາກຖານ (ສະບັບປັບປຸງ), ສະພາແຫ່ງຊາດ ໄດ້ໄວ້ອາໄລ 1 ນາທີ ເພື່ອລະນຶກເຖິງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ - ຜູ້ນຳທີ່ມີບົດບາດສຳຄັນໃນການສືບທອດ, ບຳລຸງສ້າງ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຮຸ້ນສ່ວນຍຸດທະສາດ ລະຫວ່າງ ຫວຽດນາມ-ລາວ.
https://laophattananews.com/257116/
#ໜັງສືພິມລາວພັດທະນາ #ຂ່າວຕ່າງປະເທດ #ສະພາແຫ່ງຊາດ
_______________@_______________
ສະໜັບສະໜູນຂ່າວໂດຍ: ນໍ້າດື່ມມິເນໂຣ mineralwater.la
_______________@_______________
ຂ່າວອື່ນໆ >> www.laophattananews.com
Youtube: www.youtube.com/channel/UCfSwYXQ8r6NOMO_vlp7bZYw
Twitter: https://X.com/laophattana
Whatsapp: https://whatsapp.com/channel/0029Va9dcYjHFxPArwc63g17
Tiktok: https://www.tiktok.com/
ສົນໃຈລົງໂຄສະນາໂທ: 020 9999 7139
ຕິດຕໍ່ຫານັກຂ່າວໂທ: 020 2345 0088