26/04/2021
ນີ້ແມ່ນ 1 ໃນຕົວຢ່າງທີ່ດີຂອງການຫັນໃຊ້ຄວາມຄິດຊ່ວງ Lock down ໃຫ້ຄິດແບບສ້າງສັນ ແບບມີເຫດຜົນ ແບບມີປະໂຫຍດ
#ຂ້ອຍເຊື່ອວ່າທຸກຄົນມີຄວາມຄິດທີ່ດີ ມີຄວາມຄິດທີ່ສ້າງສັນ ແລະ ເປັນຄົນທີ່ສະຫຼາດ ພຽງແຕ່ບາງຄັ້ງບາງຄາວຍ້ອນການເສບຂ່າວ Social medai ຫລາຍເກີນໄປ ຈົນທ່ານອາດລືມໄປວ່າທ່ານເປັນຄົນທີ່ມີຄວາມຄິດດີ, ວ່າທ່ານມີຄວາມຄິດສ້າງສັນ, ທ່ານເປັນຄົນສະຫຼາດ
#ຈົ່ງພະຍາຍາມຄິດໃນແງ່ດີ, ທຸກຢ່າງມີເກີດຂື້ນ ກໍ່ມີຈົບລົງ (ຈົ່ງຢ່າປະມາດ)
#ຢ່າລືມໃຊ້ວິກິດຊ່ວງນີ້ ຄິດພາບ ຫຼື ວ່າງແຜນຮອງຮັບຕ່າງໆໃນອະນາຄົດກ່ຽວກັບການໃຊ້ຊີວິດຕ່າງໆ
ສຸດທ້າຍຍາກຝາກຄຳທີ່ວ່າ #ສິ່ງທີ່ເຮົາບໍ່ຮູ້ບໍ່ໄດ້ນຳບັນຫາມາໃຫ້ເຮົາສະເໝີ #ສິ່ງທີ່ເຮົາຮູ້ແລະບໍ່ຄິດວ່າມັນຊິເປັນບັນຫາຕ່າງຫາກທີ່ນຳບັນຫາມາໃຫ້ເຮົາ "Mark Twain"