Lao Esports Federation

Lao Esports Federation ນີ້ແມ່ນເພຈຫຼັກ ຂອງ ສະຫະພັນກິລາອີສະປອດແຫ່ງຊາດລາວ ສະຫະພັນ ອີສະປອດ ແຫ່ງປະເທດລາວ, Lao Esports Federation

ລາວເຮົາເຮັດໄດ້! Nightmare ເປີດເກມໜັກ ຊະນະດ້ວຍສະກໍ 4-1 ຄວ້າຕັ໋ວໄປປາຣີ! ✈️🇫🇷ເກີນຕ້ານ! ທີມ  Niightmare Esportsຕົວແທນຈາກ ສປປ...
07/06/2026

ລາວເຮົາເຮັດໄດ້! Nightmare ເປີດເກມໜັກ ຊະນະດ້ວຍສະກໍ 4-1 ຄວ້າຕັ໋ວໄປປາຣີ! ✈️🇫🇷

ເກີນຕ້ານ! ທີມ Niightmare Esportsຕົວແທນຈາກ ສປປ ລາວ ໂຊຟອມສຸດໂຫດ ເອົາຊະນະ ທີມ Wanderer Panda ຈາກໄທ ໄປແບບຂາດລອຍ 4-1 ເກມ! ກາຍເປັນແຊ້ມ ພາກພື້ນແມ່ນ້ຳຂອງ M Challenge Cup Mekong SS 7 - Mobile Legends ທັນທີ.

ຄວ້າສິດບິນລັດຟ້າໄປລຸຍຮອບ Wildcard ໃນທົວນາເມັ້ນໃຫຍ່ MLBB MSC 2026 ໃນລາຍການຫຼັກ ການແຂ່ງຂັນອີສະປອດ ຊິງແຊ້ມໂລກ ຫຼື Esports World Cub 2026 ທີ່ ນະຄອນຫຼວງປາຣີ ປະເທດຝຣັ່ງ ເປັນທີ່ຮຽບຮ້ອຍ!

ນອກຈາກນີ້ທັງເປັນການຄວ້າແຊ້ມ ສະໄໝທີ 4 ຂອງທີມ ໃນລາຍການ MCCM ຕັ້ງແຕ່ SS1 ເປັນຕົ້ນມາ ແລະ ທັງເປັນການ ປ້ອງກັນແຊ້ມ ຂອງທີມຈາກລາວ ເປັນສະໄໝ ທີ 5 ນັ້ນເອງ!!

ບອກເລີຍວ່າປີນີ້ Esport ລາວມາແຮງແທ້ໆ! ກຽມສຽງເຊຍໃຫ້ພ້ອມ ແລ້ວໄປພົບກັນທີ່ປາຣີ! 🇱🇦🔥💪

Laos Makes History! Nightmare Esports Triumphs 4-1, Heading to Paris! ✈️🇫🇷

An incredible performance! Lao PDR’s representative team, Niightmare Esports, showed absolute dominance by defeating Thailand's Wanderer Panda 4-1!

This massive win guarantees them a slot in the MLBB MSC 2026 Wildcard stage, featured at the prestigious Esports World Cup 2026 in Paris, France!

Lao Esports is making serious waves this year! Let's unite and show our support as they take on Paris! 🇱🇦🔥💪

thank you picture from: TESF and MLBB World

07/06/2026

ມາເຊຍ ລາວ 🇱🇦🇱🇦 ນຳກັນ!!
NM ຈາກ ສປປ ລາວ ຈະໄປ MSC ຢູ່ ຝະຝຣັ່ງໄດ້ບໍ່ ມາລຸ້ນນຳກັນ
ທຸກກຳລັງໃຈ ມີຄຸນຄ່າ 💪🏻💪🏻

NM ຈາກ ສປປ ລາວ 🇱🇦 ຊະນະ 3-0 ເຂົ້າຊິງ MCCM 2026 SEASON 7 | PLAYOFFS BRACKET UPDATE2 ທີມສຸດທ້າຍ ສຳລັບ Grand FinalsNiightmar...
06/06/2026

NM ຈາກ ສປປ ລາວ 🇱🇦 ຊະນະ 3-0 ເຂົ້າຊິງ
MCCM 2026 SEASON 7 | PLAYOFFS BRACKET UPDATE

2 ທີມສຸດທ້າຍ ສຳລັບ Grand Finals

Niightmare Esports VS Wonderer Panda ສອງທີມນີ້ໃຜ ຈະໄດ້ສິດ ຮ່ວມ MSC at EWC 2026 Wild Card ມື້ອື່ນຮູ້ເລື່ອງ🔥

Photo: MSL Thailand

🏆 22 ປະເທດທົ່ວອາຊີ, ເພື່ອ 12  ໂຄວຕ້າໃນການເຂົ້າຮອບ, ສູ່ຈຸດໝາຍປາຍທາງດຽວ ປະເທດ ຍີ່ປຸ່ນ!!!.ເສັ້ນທາງສູ່ການແຂ່ງຂັນ Asian Games...
06/06/2026

🏆 22 ປະເທດທົ່ວອາຊີ, ເພື່ອ 12 ໂຄວຕ້າໃນການເຂົ້າຮອບ, ສູ່ຈຸດໝາຍປາຍທາງດຽວ ປະເທດ ຍີ່ປຸ່ນ!!!.

ເສັ້ນທາງສູ່ການແຂ່ງຂັນ Asian Games 2026 ເລີ່ມຕົ້ນຂຶ້ນຢູ່ທີ່ປະເທດສິງກະໂປ! ຕັ້ງແຕ່ວັນທີ 18-21 ມິຖຸນານີ້, ສຸດຍອດທີມຕົວແທນລະດັບຊາດ ແລະ ລະດັບພາກພື້ນຂອງເກມ MLBB ຈາກທັງ 5 ພູມິພາກທົ່ວທະວີບອາຊີ ຈະຖືກຈັບສະຫຼາກແບ່ງອອກເປັນ 4 ກຸ່ມ ເພື່ອເປີດເສິກປະຊັນຝີມືຍາດຊີງໂຄວຕ້າເຂົ້າສູ່ເວທີທີ່ຍິ່ງໃຫຍ່ທີ່ສຸດຂອງອາຊີ.

ທຸກໆການແຂ່ງຂັນມີຄວາມໝາຍ, ທຸກໆເກມລ້ວນແຕ່ສຳຄັນ ແລະ ຈະມີພຽງແຕ່ 12 ປະເທດ ເທົ່ານັ້ນ ທີ່ຈະໄດ້ເຂົ້າໃກ້ເສັ້ນທາງສູ່ກຽດຕິຍົດໄປອີກກ້າວໜຶ່ງ. 🌏🔥

06/06/2026

ມາແລ້ວວ!! Niightmare Esports 🇱🇦

Niightmare Esports ຈາກ ສປປ ລາວ 🇱🇦 ໂຊຟອມດີ ຊະນະລວດ ຈົນໄດ້ເປັນທີ 1 ຂອງກຸ່ມ A ລອຍລຳເຂົ້າໄປພົບກັບ Becon Time ຈາກປະເທດໄທ 🇹🇭 ໃ...
05/06/2026

Niightmare Esports ຈາກ ສປປ ລາວ 🇱🇦 ໂຊຟອມດີ ຊະນະລວດ ຈົນໄດ້ເປັນທີ 1 ຂອງກຸ່ມ A ລອຍລຳເຂົ້າໄປພົບກັບ Becon Time ຈາກປະເທດໄທ 🇹🇭 ໃນສາຍເທິງ ຂອງຮອບຮອງຊະນະເລີດ, ເຊິ່ງຈະເຈີກັນແບບ BO5, ໃຜທີ່ຊະນະຈະໄປຖ້າໃນຮອບຊິງຊະນະເລີດທັນທີ.
ເປັນກຳລັງໃຈໃຫ້ພວກເຂົາແດ່ເດີ້ ມື້ອື່ນ ຮູ້ເລື່ອງ!!


📍 ເສັ້ນທາງສູ່ການແຂ່ງຂັນ Asian Games 2026 ແມ່ນກຳລັງຈະເລີ່ມຕົ້ນຂຶ້ນຢູ່ທີ່ປະເທດສິງກະໂປ!ຕັ້ງແຕ່ວັນທີ 18-21 ມິຖຸນານີ້, ສຸດຍອດ...
05/06/2026

📍 ເສັ້ນທາງສູ່ການແຂ່ງຂັນ Asian Games 2026 ແມ່ນກຳລັງຈະເລີ່ມຕົ້ນຂຶ້ນຢູ່ທີ່ປະເທດສິງກະໂປ!

ຕັ້ງແຕ່ວັນທີ 18-21 ມິຖຸນານີ້, ສຸດຍອດທີມຕົວແທນ Mobile Legends: Bang Bang ຈາກທົ່ວທະວີບອາຊີ ຈະມາຊິງໄຊກັນທີ່ Resorts World Sentosa, ປະເທດ ສິງກະໂປ ເພື່ອຍາດຊີງໂອກາດເຂົ້າຮ່ວມການແຂ່ງຂັນຫຼັກທີ່ປະເທດຍີ່ປຸ່ນ!!!

ສະໜາມແຂ່ງຂັນດຽວ ລວມ 22 ປະເທດຈາກທົ່ວອາຊີ, ເພື່ອຍາດຊິງຄວາມເປັນໜື່ງ. 🏆🔥

05/06/2026

ມາເຊຍທີມລາວ 🇱🇦🇱🇦 ໃນ MCCM SS7 ແຊ້ມຈະຢູ່ກັບໃຜ ແລະ ໃຜຈະໄດ້ໄປຕໍ່ ! GROUP STAGE
Niightmare Esports 🇱🇦 vs Saigon Phantom 🇻🇳
Wonderer Panda 🇹🇭 vs Niightmare Esports 🇱🇦
VENI VIDI VICI 🇹🇱 vs Bacon Time 🇹🇭


05/06/2026

ບັນຍາກາດການແຂ່ງຂັນຂອງທີມຊາດລາວ 🇱🇦 ທີ່ສາມາດເອົາຊະນະ ປະເທດ Tajikistan ດ້ວຍສະກໍ 2 : 0 ເກມ ໃນລາຍການ Asian games 2026 Qualifiers ປະເພດເກມ NARAKA: BLADEPOINT ທີ່ປະເທດ ສິງກະໂປ 🇸🇬

ໃກ້ເຂົ້າມາແລ້ວ ການຍາດຊິງເອົາໂກຕ້າ Esports ເກມ Mobile Legends: Bang Bang ໃນງານມະຫະກຳກິລາ ເອຊຽນເກມ 2026. ມີພຽງທີມທີ່ພ້ອມ ແ...
05/06/2026

ໃກ້ເຂົ້າມາແລ້ວ ການຍາດຊິງເອົາໂກຕ້າ Esports ເກມ Mobile Legends: Bang Bang ໃນງານມະຫະກຳກິລາ ເອຊຽນເກມ 2026. ມີພຽງທີມທີ່ພ້ອມ ແລະ ຊ້ອມຢ່າງໜັກເທົ່ານັ້ນ ທີ່ຈະໄດ້ໄປ.”

ຈາກການປະທະກັນຢ່າງດຸເດືອດຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ໃນກຸ່ມ A, ໄປສູ່ການຕໍ່ສູ້ທີ່ມີດຸເດືອດບໍ່ແພ້ກັນໃນທົ່ວພາກພື້ນອາຊີຕາເວັນອອກ, ອາຊີຕາເວັນຕົກ, ອາຊີໃຕ້, ແລະ ອາຊີກາງ — ທຸກໆບ່ອນນັ່ງມີຄວາມໝາຍ, ທຸກໆການແຂ່ງຂັນລ້ວນແຕ່ສຳຄັນ.

ສຸດຍອດທີມເທົ່ານັ້ນທີ່ຈະໄດ້ກ້າວຕໍ່. ທຸກໆການເດີນທາງລ້ວນແຕ່ສົມສັກສີ ແລະ ຄວນຄ່າແກ່ການເຄົາລົບ.
ໃຜຈະເປັນຜູ້ຄວ້າໂກຕ້າຜ່ານເຂົ້າສູ່ຮອບສຸດທ້າຍ?
ມາລຸ້ນນຳກັນ ແລະ ໃຫ້ກຳລັງໃຈທີມຊາດລາວນຳເດີ້ທຸກຄົນ !!🔥


Address

Lao E-Sport HQ 159 Nongsanokham Village Dong Naxok Road, Sikhotabong
Vientiane
01000

Alerts

Be the first to know and let us send you an email when Lao Esports Federation posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Establishment

Send a message to Lao Esports Federation:

Share