Sports Equiment

Sports Equiment Contact information, map and directions, contact form, opening hours, services, ratings, photos, videos and announcements from Sports Equiment, Art, Lao Football Federation HQ, Ban Houay Hong, Chanthabouly District, Vientiane.

06/06/2020

ຮັບສັງເກີບເຕະບານ

Who ?
02/06/2020

Who ?

Who is the best ?

28/05/2020

BG ເສີມທັບຢ່າງຕໍ່ເນື່ອງ
ໄດ້ເຊັນສັນຍາກັບອາດິດນັກເຕະ ບູລີລຳ ຢູໄນເຕັດ

27/05/2020

ນ້ອງໃຫມ່ ແຄນລາວ ຢູໄນເຕັດ ຕັ້ງເປົ້າຫມາຍຫວັງຕິດ 1 – 3 ຄອມມານໂດ ລາວລີກ 2 ເພື່ອລຸ້ນໂຄຕ້າ ເຂົ້າຮ່ວມແຂ່ງຂັນລີກສູງສຸດ

ທ່ານ ນາງ ຂັນທະລີ ວົງສີແກ້ວ ປະທານ ສະໂມສອນ ແຄນລາວ ຢູໄນເຕັດ ໄດ້ໃຫ້ສຳພາດ ກ່ຽວກັບການກະກຽມທີມເຂົ້າຮ່ວມ ການແຂ່ງຂັນບານເຕະ ຄອມມານໂດ ລາວລີກ 2 ປະຈຳປີ 2020 ວ່າ: ‘’ ສຳລັບ ສະໂມສອນ ແຄນລາວ ຢູໄນເຕັດ ແມ່ນໄດ້ມີໂອກາດຄັດເລືອກນັກກິລາຈຳນວນ 35 ຄົນ ເຊິ່ງໃນໄລຍະນັ້ນເປັນໄລຍະທຳອິດທີ່ໄດ້ມີການຄັດເລືອກ ແລະ ໃນໄລຍະ Covid -19 ທີ່ກຳລັງລະບາດ ແມ່ນໄດ້ພັກການຝຶກຊ້ອມ ເຊິ່ງຈະກັບມາຝຶກຊ້ອມຫລັງຈາກທີ່ ສະຫະພັນບານເຕະແຫ່ງຊາດລາວ ປະກາດໃຫ້ເລີ່ມການຝຶກຊ້ອມໄດ້, ສ່ວນວ່ານັກກິລາຕ່າງປະເທດ ຈະມີຢູ່ໂດຍຈະເລືອກບາງຕຳແຫນ່ງທີ່ເຫມາະສົມເພື່ອເສີມຄວາມອັນຕະລາຍໃຫ້ກັບທີມ, ຂະນະ ທີ່ ຄູຝຶກຈະໃຊ້ ທ່ານ ສຸກສະຫວັນ ບົວຫອມ ເຊິ່ງປີຜ່ານນີ້ ໄດ້ຄູມທີມ ເຄວສ ຢູໄນເຕັດ ໃນຮອບຂາກັບ ຄອມມານໂດ ລາວລີກ 2, ສະໂມສອນ ແຄນລາວ ຢູໄນເຕັດ ຕັ້ງເປົ້າຫມາຍເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້ແມ່ນໄດ້ຕັ້ງເປົ້າໄວ້ໃຫ້ຕິດ 1-3 ເພື່ອຄວ້າສິດໃນການເຂົ້າຮ່ວມການແຂ່ງຂັນ ລີກ 1 ເຊິ່ງເປັນລີກສູງສຸດຂອງ ສປປລາວ, ສຳລັບຜູ້ສະຫນັບສະຫນູນ ແມ່ນມີຜູ້ສະຫນັບຫນູນທາງດ້ານຊຸດແຂ່ງຂັນ ຜະລິດຕະພັນ ໂນອາ Noah, ສ່ວນຜູ້ສະຫນັບສະຫນູນອື່ນໆແມ່ນກຳລັງຢູ່ໃນຂັ້ນເຈລະຈາ, ພ້ອມທັງເປີດກວ້າງທຸກບໍລິສັດ ທີ່ຕ້ອງການໃຫ້ການສະຫນັບສະຫນູນ ສະໂມສອນ ນ້ອງໃຫມ່’’.

ປະຫວັດ ສະໂມສອນ ແຄນລາວ ຢູໄນເຕັດ ແມ່ນຖືກສ້າງຕັ້ງຂຶ້ນໃນປີ 2019 ໂດຍສົ່ງທີມເຂົ້າຮ່ວມການແຂ່ງຂັນບານເຕະຊາຍ ຮຸ່ນອາຍຸບໍ່ເກີນ 15 ປີ ແລະ ຮຸ່ນອາຍຸບໍ່ເກີນ 18 ປີ ຊີງຂັນ ສະຫະພັນບານເຕະແຫ່ງຊາດລາວປະຈຳປີ 2019 ໂດຍມີຜົນງານຄື:
ຮຸ່ນອາຍຸ 15 ປີ ລົງແຂ່ງຂັນ 7 ນັດ ຊະນະ 3 ເສຍ 4 ມີ 9 ຄະແນນ ເປັນອັນດັບ 5 ຂອງກຸ່ມ ເອ ຈາກທັງຫມົດ 8 ທີມ, ສ່ວນ ຮຸ່ນອາຍຸບໍ່ເກີນ 18 ປີ ລົງແຂ່ງຂັນ 4 ນັດ ຊະນະ 1 ເສຍ 3 ມີ 3 ຄະແນນ ເປັນອັນດັບ 4 ກຸ່ມບີ ຈາກທັງຫມົດ 5 ທີມ, ພ້ອມດຽວກັນນັ້ນໃນປີ 2020 ສະໂມສອນ ແຄນລາວ ຢູໄນເຕັດ ຍັງໄດ້ສົ່ງທີມເຂົ້າຮ່ວມ ການແຂ່ງຂັນບານເຕະຊາຍ ເຍົາວະຊົນຮຸ່ນອາຍຸບໍ່ເກີນ 12 ປິ ຊີງຂັນ ສະຫະພັນບານເຕະແຫ່ງຊາດລາວ ປະຈຳປີ 2020 ໂດຍລົງແຂ່ງຂັນ 8 ນັດ ສະເຫມີ 1 ເສຍ 7 ມີ 1 ຄະແນນ ເປັນອັນດັບ 8 ກຸ່ມ ບີ.

ການແຂ່ງຂັນບານເຕະ ຄອມມານໂດ ລາວລີກ 2 ໃນປີນີ້ ສະຫະພັນບານເຕະແຫ່ງຊາດລາວ ບໍ່ອະນຸຍາດໃຫ້ ສະໂມສອນໃນການແຂ່ງຂັນ ເປບຊີ ລາວລີກ 1 ປະຈຳປີ 2020 ບໍ່ສາມາດສົ່ງທີມສຳຮອງ ຫຼື ທີມສອງ ຂອງສະໂມສອນເຂົ້າຮ່ວມແຂ່ງຂັນ ຄອມມານໂດ ລາວລີກ 2 ປະຈຳປີ 2020. ແຕ່ສາມາດສົ່ງເຂົ້າຮ່ວມການແຂ່ງຂັນເຍົາວະຊົນຊີງຂັນ ສຕລ ລຸ້ນ ອາຍຸບໍ່ເກີນ 15 & 18 ປີໄດ້. ພ້ອມກັນກໍເພື່ອເປັນການສ້າງໃຫ້ ຄອມມານໂດ ລາວລີກ 2 ມີຄວາມຫຼາກຫຼາຍດ້ານສະໂມສອນ ແລະ ມີການເຂົ້າຮ່ວມຂອງສະໂມສອນໃໝ່ຫຼາຍຂື້ນ ລວມທັງນັກກິລາໜ້າໃໝ່ໃນການແຂ່ງຂັນ ເພື່ອເປັນການຫຼຸດພາລະດ້ານງົບປະມານຂອງສະໂມສອນໃນການແຂ່ງຂັນ.
ທີມທີ່ໄດ້ຮັບລາງວັນຊະນະເລີດ ການແຂ່ງຂັນບານເຕະ ຄອມມານໂດ ລາວລີກ 2 ປະຈຳປີ 2020 ແມ່ນຈະໄດ້ສິດເລື່ອນຊັ້ນເຂົ້າຮ່ວມການແຂ່ງຂັນ ເປບຊີ ລາວລີກ 1 ປະຈຳປີ 2021.

ການແຂ່ງຂັນບານເຕະ ຄອມມານໂດ ລາວລີກ 2 ປະຈຳປີ 2020 ໄດ້ເລື່ອນກຳນົດມື້ເປີດການແຂ່ງຂັນ ອອກໄປຈົນກວ່າສະພາບການລະບາດຂອງພະຍາດ COVID-19 ຈະຢຸດຕິ, ສະພາບການກັບສູ່ພາວະປົກກະຕິ ແລະ ອີງຕາມແຈ້ງການຂອງຫ້ອງວ່າການສຳນັງານນາຍົກລັດຖະມົນຕີ.


Sports can change the world ເພາະກິລາເປັນຫລາຍກ່ວາກິລາ
12/04/2020

Sports can change the world
ເພາະກິລາເປັນຫລາຍກ່ວາກິລາ

ບອກແອດໃດ້ບໍວ່າ ກິລາປະເພດໃດທີ່ເຈົ້າຫລີ່ນຖ່າທ່ານເປັນແຟນພັນແທ້ກິລາ ທ້າວ COVID 19 ກັບໃປມື້ໃດ ເຈິກັນແນ່ນອນຫມູ່ ທີ່ມ ແອດຈະນອນເ...
12/04/2020

ບອກແອດໃດ້ບໍວ່າ ກິລາປະເພດໃດທີ່ເຈົ້າຫລີ່ນ
ຖ່າທ່ານເປັນແຟນພັນແທ້ກິລາ
ທ້າວ COVID 19 ກັບໃປມື້ໃດ ເຈິກັນແນ່ນອນ
ຫມູ່ ທີ່ມ ແອດຈະນອນເຕະຢູ່ໄນສະຫນາມໃຫ້ຈຸໃຈເລີຍ
@ ກົດໄລ
@ ກົດແຊ

Address

Lao Football Federation HQ, Ban Houay Hong, Chanthabouly District
Vientiane
PO BOX 1800

Website

Alerts

Be the first to know and let us send you an email when Sports Equiment posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share

Category