11/06/2026
ຂ່າວດີຊ່ວງພັກແລ້ງ ສຳລັບນ້ອງໆທີ່ຢູ່ແຂວງຫຼວງພະບາງ, At My Library ຫໍສະໝຸດແອັດມາຍລາຍແບຣຣີ ເພີ່ນກຳລັງເປີດຮັບສະຫມັກຄົນທີ່ມີຄວາມສົນໃຈດ້ານການສ້າງຮູບເງົາ.
ສົນໃຈສະຫມັກດ່ວນ ເພາະຮັບຈຳນວນຈຳກັດ, ສາມາດອ່ານລາຍລະອຽດເພີ່ມເຕີມໄດ້ທີ່ໂພສດ້ານລຸ່ມເລີຍ!
🎬✨ #ພວກເຮົາເປີດຫ້ອງຮຽນໃໝ່ແລ້ວ! "ຫ້ອງຮຽນພື້ນຖານການສ້າງຮູບເງົາສັ້ນ" ສຳລັບຄົນທີ່ມີໄອເດຍຢາກເລົ່າເລື່ອງຜ່ານຮູບເງົາ📽️ ມາຮ່ວມຮຽນຮູ້ຕັ້ງແຕ່ການຂຽນບົດເລື່ອງ, ການຖ່າຍທຳ, ການຕັດຕໍ່ໄປຈົນເຖິງການສາຍຮູບເງົາຕົວຈິງ. ບໍ່ວ່າເຈົ້າຈະເຄີຍຮຽນຖ່າຍທຳມາກ່ອນ ຫຼື ບໍ່? ກໍສາມາດມາເລີ່ມຕົ້ນນໍາກັນໄດ້🧠💡
ສິ່ງທີ່ຈະໄດ້ຮຽນຮູ້ ຫຼື ໄດ້ຮັບຈາກຫ້ອງຮຽນນີ້:
✅ຮຽນຮູ້ຂັ້ນຕອນການຖ່າຍທໍາ
✅ຮຽນຮູ້ການຂຽນບົດເລື່ອງສັ້ນ
✅ຮຽນຮູ້ອຸປະກອນການຖ່າຍທໍາ
✅ຮຽນຮູ້ການຕັດຕໍ່ໃຫ້ກາຍເປັນຮູບເງົາເລື່ອງໜຶ່ງ
✅ໃບຢັ້ງຢືນ (Certificate)
#ໄລຍະເວລາໃນການຮຽນແມ່ນ 𝟔 ອາທິດ, ຮຽນວັນຈັນ - ວັນເສົາ (𝟔ມື້້/ອາທິດ).
ເຊິ່ງເລີ່ມເປີດຮັບນັກຮຽນນັບແຕ່ມື້ນີ້ເປັນຕົ້ນໄປ ຈົນຮອດວັນທີ 𝟎𝟗 ກໍລະກົດ(𝟎𝟕) 𝟐𝟎𝟐𝟔 ແລະ ຈະເລີ່ມຮຽນວັນທີ 𝟏𝟑 ກໍລະກົດ(𝟎𝟕) - 𝟐𝟐 ສິງຫາ(𝟎𝟖) 𝟐𝟎𝟐𝟔
📌ສະຖານທີ່ຮຽນແມ່ນ At My Library ຫໍສະໝຸດແອັດມາຍລາຍແບຣຣີ , ບ້ານອາໄພ, ນະຄອນຫຼວງພະບາງ.
👉ລິ້ງສະຖານທີ່: https://maps.app.goo.gl/MUHXC1abEn8z5JTS8
ສຳລັບທຸກໆຄົນທີ່ສະໝັກຕ້ອງມາຮຽນໃຫ້ຄົບຕາມເວລາ, ວັນຈັນ - ວັນເສົາ, ເວລາຮຽນ 𝟖:𝟑𝟎𝐀𝐌 - 𝟏𝟐𝐀𝐌 ແລະ 𝟏𝐏𝐌 - 𝟒𝐏𝐌 ເພາະພວກເຮົາຮັບຈຳນວນນັກຮຽນກຳກັດພຽງແຕ່ 𝟏𝟖 ຄົນເທົ່ານັ້ນ.
#ຮຽນຟຣີ
ສົນໃຈຮຽນສາມາດລົງທະບຽນໄດ້ທີ່ ຫຼື ສະແກນລົງທະບຽນໃນຮູບ: https://forms.gle/uPAvGyEewGzCaLbw8
#ໝາຍເຫດ: ພວກເຮົາຈະອາດຄັດເລືອກຈຳນວນຜູ້ສະໝັກຖ້າເກີນຈຳນວນ 𝟏𝟖 ຄົນ, ຜູ້ທີ່ມີຈະສະໝັກຮຽນຕ້ອງອາຍຸ 𝟏𝟒 ປີຂຶ້ນໄປ ແລະ ຂໍຜູ້ທີ່ຢາກຮຽນແທ້ໆເພາະພວກເຮົາຮັບຈໍານວນຈຳກັດ.
ສະໜັບສະໜູນໂດຍ: EXO Foundation