Traditional Lao Silk Residence

Traditional Lao Silk Residence Contact information, map and directions, contact form, opening hours, services, ratings, photos, videos and announcements from Traditional Lao Silk Residence, Art Museum, Quai Fa Ngum Road, Ban Xiengyeung, Chanthabuly District, Vientiane.

Located at the Lao Silk Residence within the historic Hor Kham Residence, Quai Fa Ngum Road, Ban Xiengyeung, Chanthabuly District, Vientiane Capital, this exhibition is open daily from 9:00 to 18:00 and available for private tours.

24/07/2026
ງານເປີດຕົວຢ່າງເປັນທາງການ ຜະລິດຕະພັນຫັດຖະກໍາສຸດພິເສດຂອງເຄື່ອງຕົບແຕ່ງບ້ານ, ກະເປົາ ລະດັບພຣີມຽມ ອອກແບບໂດຍ Sandrina Mimosa, ເ...
21/07/2026

ງານເປີດຕົວຢ່າງເປັນທາງການ ຜະລິດຕະພັນຫັດຖະກໍາສຸດພິເສດຂອງເຄື່ອງຕົບແຕ່ງບ້ານ, ກະເປົາ ລະດັບພຣີມຽມ ອອກແບບໂດຍ Sandrina Mimosa, ເຮັດດ້ວຍມື ໂດຍຊ່າງ ຜູ້ຊໍານານງານ ຈາກສູນສົ່ງເສີມຫັດຖະກໍາ ອອກພົບຕົກ ທີ່ນະຄອນຫຼວງພະບາງ "The Naga Collection"

ວັນທີ 18/7/2026 ທີ່ຕຳນັກຜ້າໄໝລາວບູຮານ, ຂ້າງຫໍຄໍາ ເບື້ອງແຄມຂອງ, ບ້ານຊຽງຍືນ, ເມືອງຈັນທະບູລີ,

ວັນທີ 18/7/2026 ນາຍຊ່າງຕໍ່າຫູກຈາກສູນສົ່ງເສີມຫັດຖະກຳ ອອກພົບຕົກ ນໍາພາໂດຍ ທ່ານ ນາງ ແວວມະນີ ດວງດາລາ ຜູ້ອໍານວຍການສູນສົ່ງເສີມຫ...
21/07/2026

ວັນທີ 18/7/2026 ນາຍຊ່າງຕໍ່າຫູກຈາກສູນສົ່ງເສີມຫັດຖະກຳ ອອກພົບຕົກ ນໍາພາໂດຍ ທ່ານ ນາງ ແວວມະນີ ດວງດາລາ ຜູ້ອໍານວຍການສູນສົ່ງເສີມຫັດຖະກຳ ອອກພົບຕົກ ໄດ້ມາຢ້ຽມຊົມ ຕໍານັກຜ້າໄໝລາວບູຮານ.
ຕໍານັກຜ້າໄໝລາວບູຮານຂໍສະແດງຄວາມຂອບໃຈຢ່າງສູງມາຍັງອໍານວຍການ ແລະ ຊ່າງຕໍ່າຫູກຈາກສູນສົ່ງເສີມຫັດຖະກຳອອກພົບຕົກໃນຄັ້ງນີ້

ສະມາຄົມຫັດຖະກໍາລາວ ມີຄວາມຍິນດີນໍາສະເໜີ ຜະລິດຕະພັນຫັດຖະກໍາສຸດພິເສດຂອງເຄື່ອງຕົບແຕ່ງບ້ານ, ກະເປົາ ລະດັບພຣີມຽມ ອອກແບບໂດຍ Sand...
16/07/2026

ສະມາຄົມຫັດຖະກໍາລາວ ມີຄວາມຍິນດີນໍາສະເໜີ ຜະລິດຕະພັນຫັດຖະກໍາສຸດພິເສດຂອງເຄື່ອງຕົບແຕ່ງບ້ານ, ກະເປົາ ລະດັບພຣີມຽມ ອອກແບບໂດຍ Sandrina Mimosa,ເຮັດດ້ວຍມື ໂດຍຊ່າງ ຜູ້ຊໍານານງານ ຈາກສູນຫັດຖະກຳ ອອກພົບຕົກ ທີ່ນະຄອນຫຼວງພະບາງ.
ວັດຖຸດິບ ທີ່ນໍາມາປະກອບ ມີ: ເສັ້ນໄໝ, ຝ້າຍ ແລະ ໄມ້ ທີ່ມີຄຸນນະພາບສູງ, ຜ່ານເທັກນິກການຕ່ຳແບບດັ້ງເດີມ ປະສົມປະສານກັບ ການອອກແບບ ທີ່ທັນສະໄໝ ເຊິ່ງສະທ້ອນໃຫ້ເຫັນເຖິງຄວາມປະນີດຂອງສີໄມ້ລາຍມື ແລະ ການຮັກສາມໍລະດົກວັດທະນະທຳອັນຊົງຄຸນຄ່າ. ຜະລິດຕະພັນດັ່ງກ່າວມີຈຳນວນຈຳກັດ.
✨ ຂໍເຊີນທ່ານຮ່ວມງານເປີດຕົວ The Naga Collection ຢ່າງເປັນທາງການ
✨ເລີ່ມແຕ່ວັນອາທິດ ທີ 19 ກໍລະກົດ 2026
🕑ເປີດ ເວລາ 9:00 – 18:00 ໂມງ ທຸກໆມື
📍 ທີ່ຕຳນັກຜ້າໄໝລາວ, ຖະໜົນເຈົ້າຟ້າງຸມເບື້ອງແຄມຂອງ, ບ້ານຊຽງຍືນ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ
📞 +856 20 5775 5580

Lao Handicraft Association would like to introduce *The Naga Collection* — consisting of luxury fashion accessories and home décor, conceived by Sandrina Mimosa and handwoven by Ock Pop Tok's master artisans in Luang Prabang, exclusively for the Traditional Lao Silk Residence in collaboration with Lao Handicraft Association.

Crafted from the finest silk and cotton using time-honored weaving techniques, each piece celebrates exceptional craftsmanship, heritage, and contemporary design.
Produced in limited editions, every creation is destined to become a collector's piece.

Join us for the launching of *The Naga Collection*
From Sunday 19th of July onwards!
Open from 9:00 am to 6:pm every day.

📍 Traditional Lao Silk Residence ( Hor Kham Residence )
📍 Quai Fa Ngum Road, Ban Xiengyeung, Chanthabuly District, Vientiane
📞 +856 20 5775 5580

ເຊີນທ່ຽວຊົມງານສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71ປີ ( 20/7/1955-20/7/2026) ຊຶ່ງງານຈະໄດ້ຈັດຂຶນວັນທີ 17-19/...
14/07/2026

ເຊີນທ່ຽວຊົມງານສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71ປີ ( 20/7/1955-20/7/2026) ຊຶ່ງງານຈະໄດ້ຈັດຂຶນວັນທີ 17-19/7/2026 ທີ່ຕໍານັກຜ້າໄໝລາວບູຮານ (ຂ້າງຫໍຄໍາ ເບື້ອງແຄມຂອງ).

ພົບກັນວັນທີ 17-19/7/2026 ເດີເຈົ້າ! See less

ພິທີມອບຮັບຜ້າແພພື້ນເມືອງລາວລະຫວ່າງສະມາຄົມຫັດຖະກຳລາວ ແລະ ກະຊວງວັດຖະນາທຳ-ສິລະປະ ຟິລິບປິນ, ເພື່ອນຳໄປວາງສະແດງໃນງານຫັດຖະກຳພື້...
13/07/2026

ພິທີມອບຮັບຜ້າແພພື້ນເມືອງລາວລະຫວ່າງສະມາຄົມຫັດຖະກຳລາວ ແລະ ກະຊວງວັດຖະນາທຳ-ສິລະປະ ຟິລິບປິນ, ເພື່ອນຳໄປວາງສະແດງໃນງານຫັດຖະກຳພື້ນເມືອງອາຊຽນ ປະຈຳປີ 2026 ທີ່ປະເທດຟິລິປິນເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ

ໃນວັນວັນ 6/7/2026 ທີ່ຕຳນັກຜ້າໄໝລາວບູຮານ ຄະນະສະມາຄົມຫັດຖະກຳລາວ ໄດ້ນຳພາສະມາຊິກທີ່ປະກອບສ່ວນມອບແຜ່ນແພພື້ນເມືອງລາວຈາກ 5 ຫົວໝ່ວຍ: ໄຄສີ ຫັດຖະກໍາ, ສູນຫ້ວຍຫົງ, ຮ້ານ ບຸນພາວັນ ຜ້າເມືອງເໜືອ, ສູນຫັດຖະກໍາຕໍ່າແຜ່ນບ້ານໂພນໝີ (ປ້າຄໍາແສນ) ແຂວງວຽງຈັນ, ບົວລອຍຜ້າຫ້ອມຍ້ອມນິນ ບ້ານວຽງແກ້ວ ເມືອງຫົງສາ ແຂວງ ໄຊຍະບູລີ
ເພື່ອເປັນການເຜີຍແຜ່ວັດທະນະທຳການຕໍ່າແຜ່ນຂອງລາວເຮົາສູ່ເວທີສາກົນ ແລະຮັດແໜ້ນສາຍສຳພັນອັນດີງາມລະຫວ່າງ 2 ຊາດ ລາວ-ຟິລິບປິນ

ຕາງໜ້າກ່າວມອບໂດຍ: ທ່ານ ນາງ ສຸວິຕາ ປະເສີດ ປະທານ ສະມາຄົມ ຫັດຖະກຳລາວ
ຕາງໜ້າກ່າວຮັບໂດຍ: ທ່ານ ນາງ ອີລີສະເບດ ຕັນ ເຕ (ELIZABETH T. TE), ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ຟິລິບປິນ ປະຈຳ ສປປ ລາວ

ເປັນກຽດເຂົ້າຮ່ວມໂດຍ ກົມແຜນການ ແລະ ການຮ່ວມມືສາກົນ, ສະຖາບັນວິຈິດສິນແຫ່ງຊາດລາວ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ແລະ ສະຖານທູດຟິລິບປິນ ປະຈໍາ ສປປ ລາວ.

ວັນທີ 5 ກໍລະກົດ 2026 , ຄະນະຈາກສິກໄນນະຄອນ ປະເທດໄທ ນໍາໂດຍ ທ່ານ ພົນຕຳຫຼວດເອກ ປັນຍາ ມາເມ່ນ ອາດິດຜູ້ກວດລາຊະການຂອງສຳນັກງານຕຳຫຼ...
08/07/2026

ວັນທີ 5 ກໍລະກົດ 2026 , ຄະນະຈາກສິກໄນນະຄອນ ປະເທດໄທ ນໍາໂດຍ ທ່ານ ພົນຕຳຫຼວດເອກ ປັນຍາ ມາເມ່ນ ອາດິດຜູ້ກວດລາຊະການຂອງສຳນັກງານຕຳຫຼວດແຫ່ງຊາດ ພ້ອມດ້ວຍພັນລະຍາ ທ່ານ ນາງ ດາລາວັນ ມາເມ່ນ ແລະ ຄະນະ 15 ທ່ານ ໄດ້ມາຢ້ຽມຊົມຕໍານັກຜ້າໄໝລາວບູຮານ, ຝ່າຍລາວນໍາພາໂດຍ ທ່ານ ນາງ ໄຊປຣານີ ຈັນທະລັງ ແລະ ໃຫ້ກຽດຕ້ອນຮັບໂດຍ: ທ່ານ ນາງ ສຸວິຕາ ປະເສີດ ປະທານ ສະມາຄົມ ຫັດຖະກຳລາວ

ຕໍານັກຜ້າໄໝລາວບູຮານ ຂໍສະແດງຄວາມຂອບໃຈຢ່າງສູງ ມາຍັງ ທ່ານ ພົນຕຳຫຼວດເອກ ປັນຍາ ມາເມ່ນ ອາດິດຜູ້ກວດລາຊະການຂອງສຳນັກງານຕຳຫຼວດແຫ່ງຊາດ ພ້ອມດ້ວຍພັນລະຍາ ແລະ ຄະນະ ທີ່ໃຫ້ກຽດມາຢ້ຽມຊົມໃນຄັ້ງນີ້.

Address

Quai Fa Ngum Road, Ban Xiengyeung, Chanthabuly District
Vientiane

Opening Hours

Monday 09:00 - 18:00
Tuesday 09:00 - 18:00
Wednesday 09:00 - 18:00
Thursday 09:00 - 18:00
Friday 09:00 - 18:00
Saturday 09:00 - 18:00
Sunday 09:00 - 18:00

Website

Alerts

Be the first to know and let us send you an email when Traditional Lao Silk Residence posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share