19/01/2026
''ສິດ ແລະ ພາລະບົດບາດຂອງ ສະຫະພັນກິລາອີສະປອດ ມີຫຍັງແດ່''
ແອດມິນຂໍອະນຸຍາດ ມາອະທິບາຍຂະຫຍາຍຄວາມ (ຂໍເຊີນທຸກທ່ານແຊຣ ແລະ ອ່ານ ແລະ ຮ່ວມກັນແລກປ່ຽນໃນທາງສ້າງສັນ)
ຫຼາຍຄົນຍັງຄຸມເຄືອ ແລະ ເຂົ້າໃຈກັນໄປເອງວ່າໃນຈັກກະວານວົງການເກມ ແລະ ອີສະປອດທັງໝົດທຸກຢ່າງ ສະຫະພັນຕ້ອງເຮັດທຸກຢ່າງເປັນເຈົ້າການທຸກໆອັນ, ເຮົາຂໍອະນຸຍາດ ອະທິບາຍເພີ່ມຕື່ມດັ່ງນີ້:
1. ເຮົາຍັງເປັນກິລາສະໝັກຫຼິ້ນ(ຕາມກົດໝາຍ) ເພາະຍັງບໍ່ສາມາດ ເປັນລະບົບອາຊີບ ແລະ ກິລາອາຊີບໄດ້ (ຫວັງວ່າອະນາຄົດຈະເປັນໄດ້ຖ້າພ້ອມໃນຫຼາຍດ້ານ)
2. ຂອບເຂດວຽກຂອງສະຫະພັນແມ່ນກ່ຽວກັບ ການຈັດການແຂ່ງຂັນທຸກລະດັບທົ່ວປະເທດ (ຈັດເອງ, ອະນຸຍາດ, ຄຸ້ມຄອງລະບຽບ, ຮັກສາມາດຕະຖານ) (ບາງກິດຈະກຳແຂ່ງກະບໍ່ໄດ້ຜ່ານເຮົາ ຫຼື ຜ່ານແຂວງ ເຊິ່ງຈິງໆກໍ່ຜິດລະບຽບ/ກົດໝາຍ ແຕ່ຜ່ານມາ ກໍ່ອະລຸ້ມອະລ່ວຍ ໂຍະຍານກັນຍ້ອນຢາກເປີດໂອກາດໃຫ້ ແຕ່ນັ້ນກໍ່ເປັນສິ່ງທີ່ບໍ່ສອດຄ່ອງ ເຮົາຈະປັບປຸງຕື່ມ)
3 ເຮົາເຮັດວຽກ ສົ່ງນັກກິລາ, ສ້າງສະໂມສອນ, ເກັບສະຖິຕິ (ສະໂມສອນ, ຄູຝຶກ, ນັກກິລາ, ກຳມະການ) ຈັດອົບຮົມ, ຄຸ້ມຄອງເຕັກນິກຈັດການແຂ່ງຂັນ ແລະ ອື່ນໆ.
4. ປະຕິບັດຕາມລະບຽບ ແລະ ພັນທະສາກົນ, ໂອແລມປິກ ແລະ ອົງກອນກິລາສາກົນວາງອອກ (ຫຼາຍຄົນບໍ່ຮູ້ວ່າ ເຮົາເປັນສະມາຊິກ IESF, AESF ແລະ ອື່ນໆ ເຮົາຕ້ອງຈ່າຍຄ່າພັນທະສະມາຊິກ ປີລະ X000 USD (ຫຼາຍພັນດອນ/ປີ) ເພື່ອໃຫ້ໄດ້ສິດ ແລະ ໄດ້ slot ຫຼາຍຢ່າງມາໃຫ້ນັກກິລາໃນປະເທດ ແລະ ຕ້ອງຈ່າຍທຸກປີ, ເງິນສ່ວນນີ້ຍັງບໍ່ມີໃຜຈ່າຍຊ່ວຍພວກເຮົາ!))
ເວົ້າເລື່ອງການເຮັດວຽກ ແລະ ງົບປະມານ
1. ຫຼາຍໆຄັ້ງ, ຫຼາຍງານໃນຫຼາຍປີຜ່ານມາ ເຮົາຖືກຈັດເປັນສະຫະພັນກຸ້ມຕົນເອງຮອບດ້ານ ໃນຫຼາຍປີຜ່ານມາ ງົບປະມານທັງໝົດ ໃນການຈັດກິດຈະກຳການແຂ່ງຂັນ, ຄັດເລືອກ, ສົ່ງນັກກິລາໄປແຂ່ງທຸກໆງານ ຫຼາຍກວ່າ 90% ແມ່ນເຮົາຫາມາເອງໝົດ ເຊິ່ງຮ່ວມກັບຜູ້ສະນັບສະໜູນ (ສ່ວນພາກລັດສະນັບສະໜູນ ຫຼາຍຢ່າງໃນຫຼາຍປີຜ່ານມາໃນເຊັ່ນ: ຊີເກມ 2022, 2023 ຊີເກມ 2025 ກັບ ກິລາແຫ່ງຊາດ ຄັ້ງທີ 12 ນີ້ ແລະ ເປີດໂອກາດໃຫ້ເຮົາໄດ້ລອງຈັດຫຼາຍໆອັນໂດຍເພິ່ນສົ່ງເສີມໃຫ້ເຮົາເຮັດກິດຈະກຳ), ສ່ວນທີ່ເຫຼືອ (ຄ່າເຊົ່າຕຶກອາຄານ, ອຸປະກອນຫ້ອງການ, ເງິນເດືອນພະນັກງານ, ໂທລະສັບ ອິນເຕີເນັດ ແມ່ນໃນແຕ່ລະເດືອນ ເຮົາຕ້ອງບໍລິຫານຈັດການເອງທັງໝົດ) (ຄະນະບໍລິຫານງານນັບແຕ່ປະທານຮອດຄະນະບໍ່ມີເງິນເດືອນ, ຍົກເວັ້ນພະນັກງານເຮັດວຽກທີ່ມີສັນຍາສະເພາະເທົ່ານັ້ນ)
2. ການເຄື່ອນໄຫວ, ແຜນການ, ງົບປະມານທຸກຢ່າງເຮົາໄດ້ຜ່ານການເຫັນດີອະນຸມັດ, ຢັ້ງຢືນ ງົບທີ່ໄດ້ຮັບຈາກການສະນັບສະໜູນ (ເປັນເງິນ/ເປັນສິ່ງຂອງ), ທັງໝົດ ໃຫ້ກັບ ກະຊວງສຶກສາທິການ ແລະ ກິລາ, ພ້ອມທັງສະລຸບລາຍງານໃນທຸກໄລຍະ (ຫຼັງຈົບງານ-ໂຄງການ, ປະຈຳ 6 ເດືອນ ແລະ 1 ປີ)
3. ຫຼາຍໆຄັ້ງທີ່ປະທານ/ຄະນະ ຕ້ອງໄດ້ ຈ່າຍເງິນສ່ວນຕົວເພື່ອເດີນທາງໄປຮ່ວມປະຊຸມກັບຫຼາຍຝ່າຍ, ຜູ້ຈັດງານ, ເຈົ້າຂອງລິຂະສິດ ເພື່ອໃຫ້ໄດ້ slot ແລະ ສິດອື່ນໆໃຫ້ກັບລາວ (ເວົ້າງ່າຍໆກໍ່ໄປ ''ຂໍ'' ຫັ່ນລະ ເພາະເຮົາບໍ່ມີຫຍັງໃນມືຫຼາຍພໍສິໄປເຈລະຈາຕໍ່ລອງໄດ້ຂະນາດນັ້ນ)
ສ່ວນໃນວຽກການເຮັດທຸລະກິດຂອງເຈົ້າຂອງເກມ, ວຽກການຕະຫຼາດ, ຫຼື ຕົວແທນຈຳໜ່າຍຕ່າງໆ, promotion ການຕະຫຼາດ, ການຈ້າງງານຂອງເຈົ້າຂອງເກມ ແລະ ອື່ນໆ, ແມ່ນນອກເໜືອພາລະບົດບາດ ແລະ ເຮົາເອງກໍ່ບໍ່ໄດ້ມີສ່ວນຮ່ວມ ແລະ ບໍ່ໄດ້ຢູ່ໃນພາລະບົດບາດຂອງສະຫະພັນ..ຢໍ້າວ່າ ບໍ່ກ່ຽວຂ້ອງກັບເຮົາເລີຍ!!! (ມັນຢູ່ໃນພາກທຸລະກິດ ເຊິ່ງຄຸ້ມຄອງໂດຍ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກະຊວງໂທລະຄົມມະນາຄົມ ແລະ ການສື່ສານ). (ເຊິ່ງເຮົາກໍ່ພຽງໄດ້ໃຫ້ຂໍ້ມູນ ແລະ ໃຫ້ຄຳປຶກສາບາງສ່ວນຕາມທີ່ເຮົາຮູ້ແລະກຳໄດ້ເທົ່ານັ້ນ ຕາມການຮ້ອງຂໍ)
ແຕ່ຫຼາຍໆຄັ້ງເຮົາກໍ່ ໄດ້ເຂົ້າໄປມີສ່ວນຮ່ວມແບບຫຼີກລ່ຽງບໍ່ໄດ້ ເພື່ອຊ່ວຍຊຸກຍູ້ກັນ ແລະ ກັນ ເທົ່າທີ່ເຮົາເຮັດໄດ້, ເພື່ອສ້າງສາຍສຳພັນກັບຫຼາຍຝ່າຍ ລວມທັງສ້າງໂອກາດ ໃຫ້ກັບທຸລະກິດພາຍໃນ ກັບຕ່າງປະເທດ ໄດ້ຮ່ວມງານກັນ (ເອີ້ນວ່າເປັນຂົວເຊື່ອມກະວ່າໄດ້) ແລະ ບາງຄັ້ງ ຍັງຊ່ວຍແກ້ໄຂບັນຫາຊ່ວຍຫຼາຍພາກສ່ວນ (ເພື່ອບໍ່ໃຫ້ເກີດບັນຫາກະທົບໃນວົງກວ້າງ)
ພວກເຮົາພະຍາຍາມ ຢ່າງເຕັມທີ່ເພື່ອໃຫ້ທຸກໆຢ່າງຄ່ອຍໆພັດທະນາໄປຕາມກຳລັງ ແລະ ມີທ່າກ້າວ ແຕ່ກໍ່ຍັງຂາດປັດໃຈຫຼາຍຢ່າງ ປະສົບການກໍ່ຍັງໜູ່ມນ້ອຍ ລອງຜິດລອງຖືກມາກໍ່ເປັນບົດຮຽນ ດັດປັບວິທີການເພື່ອໃຫ້ ອົງກອນສາມາດຂັບເຄື່ອນໄປຕໍ່, ວົງການສາມາດເຄື່ອນໄປທາງໜ້າໄດ້ ແລະ ຫວັງຢ່າງຍິ່ງຈະໄດ້ ຮັບການຮ່ວມມືຈາກທຸກຝ່າຍ.
''ເຊືອກເສັ້ນດຽວພໍແຕ່ຖົກມັນກະຂາດໂດຍບໍ່ອອກແຮງ ແຕ່ຖ້າຫຼາຍເສັ້ນມັດລວມກັນ ມັນຈະແຂງຈົນແຮງແລະຕ້ານລົມພາຍຸລົມຝົນໄດ້''
ອ້າງອີງພາລະບົດບາດ-ໜ້າທີ່ຈາກ:
- ອີງຕາມ ກົດໝາຍວ່າດ້ວຍ ກິລາ-ກາຍະກຳ ສະບັບປັບປຸງ ປີ 2019
- ອີງຕາມ ຂໍ້ກຳນົດວ່າດ້ວຍ ການຈັດຕັ້ງຄຸ້ມຄອງສະຫະພັນ ແລະ ສະໂມສອນສະບັບເລກທີ 868/ສສກ, ລົງວັນທີ 6/6/2013 ແລະ ລະບຽບສະຫະພັນກິລາແຫ່ງຊາດ ເລກທີ 787/ສສກ, ລົງວັນທີ 28/5/2013.
- ອີງຕາມ ກົດລະບຽບຂອງສະຫະພັນກິລາອີສະປອດແຫ່ງຊາດ ສະບັບເລກທີ 074/ສອລ ລົງວັນທີ 27/08/2019
ສຶກສາຂໍ້ມູນເພີ່ມຕື່ມທີ່ https://laoesports.com/