09/08/2024
ສະບາຍດີ ສະຫວັນທຸກຄົນ😁 ແອັດມີຂ່າວດີມາບອກອີກແລ້ວ
ຂໍເຊີນຊວນໝູ່ເພື່ອນທີ່ມັກໃນການແຕ້ມຮູບຫລິ້ນ ຫລື ຄົນທີ່ມັກສິລະປະມາ
"ແຕ້ມເຕັມໂຕະ" ໃນກິດຈະກໍາກ່ຽວກັບ Art ຫຼື ຊື່ງານວ່າ "Gallery Table" ມານັ່ງເບິ່ງຮູບແຕ້ມ ແລະ ມີກິດຈະກໍາທີ່ກ່ຽວກັບສິລະປະເຊີ່ງເຈົ້າຈະໄດ້ເປັນສິລະປິນ.
👉 ເຊີ່ງເປັນງານ Workshops ບວກກັບ ແກເລີລີ້ນ້ອຍໆ ທີ່ນັກສິລະປະຂອງແຂວງສະຫວັນນະເຂດຂົນງານແຕ້ມມາໃຫ້ເບິ່ງເຕັມໂຕະແບບຈັດເຕັມ🤩
👉 ພາຍໃນງານຜູ້ເຂົ້າຮ່ວມຈະໄດ້ລອງມາຟັງວ່າສິລະປະເປັນແນວໃດໄດ້ແນ່, ການເປັນສິລະປິນ ໄດ້ລອງການຄິດແບບ Art director, ແລະ ກິດຈະກໍາທີ່ເຮົາຈະໄດ້ລອງໃຊ້ຈິນຕະນາການປັບແຕ່ງກັບການແຕ້ມໄປພ້ອມກັນ.
👉 ພາຍໃນງານຈະມີນັກສິລະປິນ Artists ມາແບ່ງປັນຄວາມຮູ້, ປະສົບການ, ສື່ຄວາມໝາຍ, ການໄດ້ລອງຄິດແບບ Art director, ການເລົ່າເລື່ອງເປັນສິລະປະຜ່ານການເບິ່ງຮູບເງົາສັ້ນແລະ ດົນຕີທີ່ໃຊ້ສຽງໃຫ້ເປັນສິລະປະແນວໃດ. ເພາະສິລະປະອາດຈະຢູ່ໃກ້ຕົວ ແລະ ເຂົ້າໃຈງ່າຍກວ່າທີ່ເຮົາຄິດ😁
[ເງື່ອນໄຂການສະໝັກມາຮ່ວມງານ]
👉 ຕ້ອງອາຍຸ 13 ປີຂື້ນໄປ
[ວັນຈັດງານແລະ ສະຖານທີ່]
👉 ວັນທີ 10/8/2024 ວັນເສົາ, ເວລາ 14:00 - 17:00
👉 ສະຖານທີ່ສູນສະຫວັນເຊັນເຕີ້
ຈໍາກັດແຕ່ 15 ຄົນເທົ່ານັ້ນ❗. ລົງທະບຽນເຂົ້າງານທີ່ລິ້ງນີ້ເລີຍ 👇
https://forms.gle/1HEjNCurss9Nvfhv8
🎨Art credit to Savannakhet Artists:
Temmott
Shuueep
Juty On Duty