Souk 010 �ຝາກຕິດຕາມກັນແນ່ເລີ🤍🤍

04/09/2026
04/09/2026

ໃນດ້ານກົດໝາຍສາກົນ ແລະ ລະບຽບການຂອງອົງການ UNESCO, ບໍ່ມີປະເທດໃດໃນໂລກ "ໃຫ້ສຳປະທານ" ແກ່ສະຖານທີ່ມໍລະດົກໂລກໃນຮູບແບບຂອງການໃຫ້ສິດທິຂອງເອກະຊົນ ຫຼື ຕ່າງປະເທດໃນການຄອບຄອງ, ກຳໄລ ຫຼື ດຳເນີນກິດຈະກຳທາງການຄ້າ. ນີ້ແມ່ນຍ້ອນວ່າສະຖານທີ່ມໍລະດົກໂລກຖືກຖືວ່າເປັນຊັບສົມບັດທີ່ລ້ຳຄ່າຂອງມະນຸດຊາດ, ແລະ ອະທິປະໄຕເໜືອດິນແດນຍັງຄົງເປັນຂອງລັດຖະບານຂອງປະເທດທີ່ເປັນເຈົ້າຂອງ 100% ສິ້ນສຸດການລົງທຶນຂອງບໍລິສັດເອກະຊົນ, ພາກລັດ ສືບຕໍ່ປົກປັກຮັກສາ ແລະ ພັດທະນາວັດພູຈຳປາສັກນັບຕັ້ງແຕ່ວັນທີ 1 ກັນຍາ 2026 ເປັນຕົ້ນໄປ, ພາກລັດໄດ້ເຂົ້າຄຸ້ມຄອງ ແລະ ປົກປັກຮັກສາແຫຼ່ງທ່ອງທ່ຽວມໍລະດົກໂລກວັດພູຈຳປາສັກຢ່າງເຕັມຮູບແບບ. ທັງນີ້, ກໍຍ້ອນວ່າໂຄງການພັດທະນາແຫຼ່ງທ່ອງທ່ຽວດັ່ງກ່າວ ຂອງກຸ່ມບໍລິສັດ ຍິ່ງໂຊກໄຊ ຈຳກັດຜູ້ດຽວ ຕາມໃບອະນຸຍາດລົງທຶນ ສະບັບເລກທີ 014-11/ຈຂ.ຈສ, ລົງວັນທີ 22 ມິຖຸນາ 2011 ໄດ້ສິ້ນສຸດກຳນົດອະນຸຍາດລົງທຶນແລ້ວ ໃນວັນທີ 22 ມິຖຸນາ 2026 ທີ່ຜ່ານມາ.

ອີງຕາມໜັງສືແຈ້ງການຂອງຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ ສະບັບເລກທີ 761/ຄລທຂ, ລົງວັນທີ 14 ກໍລະກົດ 2026 ແມ່ນບໍ່ອະນຸຍາດໃຫ້ສືບຕໍ່ການລົງທຶນ. ການຕັດສິນໃຈດັ່ງກ່າວ ເປັນໄປຕາມມາດຕາ 75 (ຂໍ້ 2) ຂອງກົດໝາຍວ່າດ້ວຍມໍລະດົກແຫ່ງຊາດ ສະບັບເລກທີ 11/ສພຊ, ລົງວັນທີ 16 ພະຈິກ 2021 ເຊິ່ງຫ້າມສຳປະທານມໍລະດົກແຫ່ງຊາດທາງດ້ານວັດທະນະທຳ ແລະ ປະຫວັດສາດ ລະດັບຊາດ ໂດຍບໍ່ໄດ້ຮັບອະນຸຍາດຈາກກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ; ພ້ອມທັງສອດຄ່ອງຕາມຄວາມເປັນເອກະພາບຂອງຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ ຄັ້ງທີ 3 ສະບັບວັນທີ 26 ພຶດສະພາ 2026, ມາດຕາ 84 ຂອງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ສະບັບເລກທີ 62/ສພຊ ແລະ ມະຕິກອງປະຊຸມຄະນະປະຈຳພັກແຂວງ ສະໄໝສາມັນ ສະບັບເລກທີ 06/ຄຈພຂ.ຈສ.

ເພື່ອຈັດຕັ້ງປະຕິບັດຕາມແຈ້ງການດັ່ງກ່າວ, ຄະນະກຳມະການປົກຄອງແຂວງຈຳປາສັກ ໄດ້ອອກຂໍ້ຕົກລົງ ສະບັບເລກທີ 805/ຄປຂ, ລົງວັນທີ 20 ສິງຫາ 2026 ອະນຸມັດໃຫ້ພະແນກວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງ ເຂົ້າປົກປັກຮັກສາ ແລະ ຄຸ້ມຄອງແຫຼ່ງທ່ອງທ່ຽວມໍລະດົກໂລກວັດພູຈຳປາສັກ. ພ້ອມດຽວກັນນັ້ນ, ໄດ້ອອກຂໍ້ຕົກລົງ ສະບັບເລກທີ 806/ຄປຂ ແຕ່ງຕັ້ງຄະນະຮັບຜິດຊອບຄຸ້ມຄອງໂດຍເກັບຮັກສາພື້ນທີ່ ແລະ ແຈ້ງການ ສະບັບເລກທີ 25/ຄປຂ, ລົງວັນທີ 31 ສິງຫາ 2026 ເພື່ອໃຫ້ພະແນກ ວທ ແຂວງ ຈຳປາສັກ ປະສານສົມທົບກັບພະແນກການທີ່ກ່ຽວຂ້ອງຂອງແຂວງ ແລະ ເມືອງຈຳປາສັກ ເຂົ້າຄຸ້ມຄອງຕາມສິດ ແລະ ພາລະບົດບາດ.

ເລີ່ມຕັ້ງແຕ່ວັນທີ 1 ກັນຍາ 2026 ເປັນຕົ້ນມາ, ຄະນະກຳມະການຮັບຜິດຊອບໄດ້ເຂົ້າປະຕິບັດໜ້າທີ່ຕົວຈິງ. ຜ່ານການຈັດຕັ້ງປະຕິບັດ ເຫັນວ່າໄດ້ຮັບການຮ່ວມມືເປັນຢ່າງດີຈາກທຸກພາກສ່ວນ ໂດຍສະເພາະການບໍລິຫານຈັດການຂາຍປີ້ເຂົ້າຊົມ, ປີ້ລົດກ໊ອບ ແລະ ການຈັດສັນສະຖານທີ່ຝາກລົດຜ່ານປະຕູກາງ ເພື່ອຄວາມເປັນລະບຽບຮຽບຮ້ອຍ. ປັດຈຸບັນ, ແຫຼ່ງທ່ອງທ່ຽວຍັງເປີດບໍລິການໃຫ້ນັກທ່ອງທ່ຽວເຂົ້າຊົມຕາມປົກກະຕິ ເຊັ່ນ: ໂຮງນາງສີດາ ແລະ ຈຸດສຳຄັນຕ່າງໆ. ນອກຈາກນີ້, ພາກລັດຍັງໄດ້ວາງແຜນຄຸ້ມຄອງ ແລະ ພັດທະນາພື້ນທີ່ທັງໄລຍະສັ້ນ ແລະ ໄລຍະຍາວ ເປັນຕົ້ນແມ່ນການຮັກສາຄວາມສະອາດ, ການປັບປຸງສິ່ງແວດລ້ອມ, ຈຸດນັ່ງພັກເຊົາ ແລະ ສູນບໍລິການນັກທ່ອງທ່ຽວ.

ໃນໂອກາດນີ້, ຂໍເຊີນຊວນບັນດາທ່ານແຂກ, ນັກທ່ອງທ່ຽວພາຍໃນ, ຕ່າງປະເທດ ແລະ ພໍ່ແມ່ປະຊາຊົນ ເຂົ້າມາທ່ຽວຊົມ, ສະແຫວງບຸນ ແລະ ກາບໄຫວ້ສັກກາລະບູຊາສິ່ງສັກສິດ ຢູ່ສະຖານທີ່ທ່ອງທ່ຽວມໍລະດົກໂລກ ວັດພູຈຳປາສັກ ແຫ່ງນີ້. #ວັດພູຈຳປາສັກ
#ມໍລະດົກໂລກ #ຂ່າວສົດ

04/09/2026

😁🤟🏻

04/09/2026

#ຝາກຕິດຕາມແນ່

ขอบคุณที่เข้ามาเติมเต็มในสิ่งขาดหายรักเธอทีสุด🤍💐
09/06/2026

ขอบคุณที่เข้ามาเติมเต็มในสิ่งขาดหายรักเธอทีสุด🤍💐

26/05/2026

�ຝາກຕິດຕາມກັນແນ່ເລີ🤍🤍

Address

Paksé

Website

Alerts

Be the first to know and let us send you an email when Souk 010 posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share

Category